(ເລີກໃຊ້ແລ້ວ) ຕັດຂອບ ແລະ ໝູນ (crop and rotate)


ຂໍ້ມູນທາງເຕັກນິກ
ລາຍລະອຽດ
ປ່ຽນການຈັດເຟຣມ ແລະ ແກ້ໄຂທັດສະນີຍະພາບ (perspective).
ຈຸດປະສົງ
ເພື່ອການປັບແກ້ ຫຼື ເພື່ອການສ້າງສັນ.
ຂໍ້ມູນເຂົ້າ
linear, RGB, scene-referred.
ການປະມວນຜົນ
ທາງເລຂາຄະນິດ (geometric), RGB.
ຂໍ້ມູນອອກ
linear, RGB, scene-referred.

ກະລຸນາຮັບຊາບວ່າ ໂມດູນນີ້ ເລີກໃຊ້ແລ້ວ ຕັ້ງແຕ່ darktable 3.8 ແລະ ບໍ່ຄວນໃຊ້ສຳລັບການແກ້ໄຂໃໝ່ອີກ. ກະລຸນາໃຊ້ໂມດູນ crop ເພື່ອຕັດຂອບຮູບ, ໂມດູນ rotate and perspective ເພື່ອໝູນຮູບ ແລະ ແກ້ໄຂທັດສະນີຍະພາບ, ແລະ ໂມດູນ orientation ເພື່ອປີ້ນຮູບໃນແນວນອນ/ແນວຕັ້ງ.


ຕັດຂອບ, ໝູນ ແລະ ແກ້ໄຂຄວາມບິດບ້ຽວຂອງທັດສະນີຍະພາບ ໂດຍໃຊ້ເສັ້ນຄຳແນະນຳເທິງໜ້າຈໍ.

ເມື່ອມີການໃຊ້ງານໂມດູນນີ້, ຮູບພາບເຕັມທີ່ຍັງບໍ່ໄດ້ຕັດຂອບຈະສະແດງອອກມາ, ພ້ອມກັບປຸ່ມປັບການຕັດຂອບ ແລະ ເເສັ້ນຄຳແນະນຳ.

screen controls

ປັບຂະໜາດການຕັດຂອບໂດຍການລາກທີ່ຂອບ ຫຼື ມຸມ.

ຍ້າຍກອບສີ່ຫຼ່ຽມການຕັດຂອບໂດຍການຄລິກ ແລະ ລາກພາຍໃນພື້ນທີ່ຕັດຂອບ. ບັງຄັບການຍ້າຍໃຫ້ຢູ່ໃນແນວນອນ/ແນວຕັ້ງ ໂດຍການກົດ Ctrl/Shift ຄ້າງໄວ້ໃນຂະນະທີ່ລາກ. ຢືນຢັນການປ່ຽນແປງໂດຍການໄປໃຊ້ງານໂມດູນອື່ນ.

ຖ້າທ່ານຕ້ອງການໃຊ້ໂມດູນ retouch, ແນະນຳໃຫ້ໃຊ້ rotate and perspective ສຳລັບການໝູນ ແລະ/ຫຼື ແກ້ໄຂທັດສະນີຍະພາບເທົ່ານັ້ນ, ແລະ ໄປຕັດຂອບໃນໂມດູນ crop ແທນ. ຂະບວນການນີ້ຈະຊ່ວຍໃຫ້ຮູບພາບທັງໝົດຍັງຄົງມີໃຫ້ເລືອກເປັນຈຸດຕົ້ນທາງໃນ retouch, ເພາະໂມດູນ crop ຢູ່ຫຼັງຈາກ retouch ໃນທໍ່ປະມວນຜົນ.


ໝາຍເຫດ: ບາງເຄື່ອງມືໃນໂມດູນນີ້ (ການປັບມຸມ ແລະ ການປັບແກ້ຄວາມຜິດພ້ຽນຂອງເພີສະເປັກທິບ) ຕ້ອງການໃຫ້ຂໍ້ມູນຮູບພາບຕົ້ນສະບັບຖືກເຮັດ interpolation. ເພື່ອໃຫ້ໄດ້ຜົນລັດດ້ານຄວາມຄົມຊັດທີ່ດີທີ່ສຸດ ໃຫ້ຕັ້ງ “lanczos3” ເປັນຕົວປະມວນຜົນພິກເຊວ (pixel interpolator) ໃນ [ການຕັ້ງຄ່າ > ການປະມວນຜົນ (preferences > processing)].


🔗ສ່ວນຄວບຄຸມໂມດູນ

ການຄວບຄຸມໃນໂມດູນ ຕັດຂອບ ແລະ ໝູນ ຈະແຍກອອກເປັນສອງແຖບ ດັ່ງນີ້:

🔗ແຖບຫຼັກ

ປີ້ນ (flip)
ປີ້ນຮູບໃນແນວນອນ, ແນວຕັ້ງ ຫຼື ທັງສອງແກນ.
ມຸມ (angle)
ແກ້ໄຂມຸມໝູນເພື່ອໃຫ້ຮູບພາບໄດ້ລະດັບ ໂດຍການຕັ້ງຄ່າຕົວເລກເປັນອົງສາ ຫຼື ໃຊ້ເມົາສ໌. ໃນການໃຊ້ເມົາສ໌, ໃຫ້ຄລິກຂວາ ແລະ ລາກເພື່ອຂີດເສັ້ນຕາມແນວນອນ ຫຼື ແນວຕັ້ງທີ່ເໝາະສົມໃນຮູບ. ເມື່ອທ່ານປ່ອຍປຸ່ມເມົາສ໌ ຮູບພາບຈະຖືກໝູນເພື່ອໃຫ້ເສັ້ນທີ່ທ່ານຂີດນັ້ນກົງກັບແກນນອນ ຫຼື ແກນຕັ້ງ.
ແກ້ໄຂທັດສະນີຍະພາບ (keystone)
ແກ້ໄຂຄວາມບິດບ້ຽວຂອງທັດສະນີຍະພາບ. ເຄື່ອງມືນີ້ມີປະໂຫຍດ ເຊັ່ນ ເມື່ອທ່ານຖ່າຍຮູບຕຶກສູງຈາກພື້ນດິນດ້ວຍເລນໄລຍະສັ້ນ ໂດຍການແຫງນກ້ອງຂຶ້ນ. ຊ່ອງເລືອກຊ່ວຍໃຫ້ທ່ານເລືອກປະເພດການແກ້ໄຂທີ່ຕ້ອງການ:
  • ແນວຕັ້ງ (vertical): ຈຳກັດການແກ້ໄຂສະເພາະເສັ້ນແນວຕັ້ງ
  • ແນວນອນ (horizontal): ຈຳກັດການແກ້ໄຂສະເພາະເສັ້ນແນວນອນ
  • ທັງໝົດ (full): ແກ້ໄຂທັງເສັ້ນແນວນອນ ແລະ ແນວຕັ້ງພ້ອມກັນ

ອີງຕາມປະເພດການປັບແກ້ທີ່ເລືອກ ທ່ານຈະເຫັນເສັ້ນປັບແກ້ຊື່ສອງ ຫຼື ສີ່ເສັ້ນວາງຊ້ອນເທິງຮູບຂອງທ່ານ. ວົງມົນສີແດງສອງວົງໃນແຕ່ລະເສັ້ນຊ່ວຍໃຫ້ທ່ານປ່ຽນຕຳແໜ່ງເສັ້ນດ້ວຍເມົາສ໌ຂອງທ່ານ. ນອກຈາກນັ້ນ, ແຕ່ລະເສັ້ນຍັງມີປຸ່ມ “ສົມມາດ (symmetry)”. ຖ້າເປີດໃຊ້ (ແລະ ເປັນສີແດງ) ທຸກການເຄື່ອນໄຫວຂອງເສັ້ນນັ້ນຈະຖືກສະທ້ອນໂດຍເສັ້ນທີ່ຢູ່ກົງກັນຂ້າມ.

ເພື່ອປັບແກ້ຄວາມຜິດພ້ຽນຂອງເພີສະເປັກທິບ, ທ່ານຕ້ອງຊອກຫາຈຸດເດັ່ນຕາມແນວນອນ ແລະ/ຫຼື ແນວຕັ້ງທີ່ເໝາະສົມໃນຮູບຂອງທ່ານ ແລ້ວວາງເສັ້ນປັບແກ້ໃຫ້ກົງກັບພວກມັນ. ເມື່ອສຳເລັດແລ້ວ, ໃຫ້ກົດປຸ່ມ “OK” ທີ່ຢູ່ໃກ້ກັບກາງຮູບ – ການປັບແກ້ຈະຖືກນຳໃຊ້ທັນທີ. ທ່ານສາມາດກັບມາທີ່ໂມດູນ ແລະ ປັບແຕ່ງການແກ້ໄຂຂອງທ່ານຕື່ມໂດຍການເລືອກ “correction applied” ໃນຊ່ອງ keystone.

keystone set keystone applied

ການຕັດຂອບອັດຕະໂນມັດ (automatic cropping)
ຕັດຂອບຮູບໂດຍອັດຕະໂນມັດເພື່ອຫຼີກລ່ຽງຂອບສີດຳທີ່ເກີດຂຶ້ນຢູ່ແຄມຮູບ. ສິ່ງນີ້ມີປະໂຫຍດຫຼາຍໃນເວລາໝູນຮູບ.
ອັດຕາສ່ວນ (aspect)
ກຳນົດອັດຕາສ່ວນຂອງການຕັດຂອບ, ໂດຍບັງຄັບອັດຕາສ່ວນ ກວ້າງ:ສູງ ຂອງກອບສີ່ຫຼ່ຽມໃຫ້ເປັນໄປຕາມທີ່ເລືອກ. ມີອັດຕາສ່ວນຕົວເລກທົ່ວໄປທີ່ກຳນົດໄວ້ແລ້ວຫຼາຍຢ່າງ. ອັດຕາສ່ວນພິເສດບາງຢ່າງມີດັ່ງນີ້:
  • ຕາມໃຈ (freehand): ຕັດຂອບໂດຍບໍ່ມີຂໍ້ຈຳກັດໃດໆ
  • ຮູບຕົ້ນສະບັບ (original image): ຮັກສາອັດຕາສ່ວນຂອງຮູບເດີມໄວ້
  • ສີ່ຫຼ່ຽມຈັດຕຸລັດ (square): ບັງຄັບອັດຕາສ່ວນໃຫ້ເປັນ 1:1
  • ສັດສ່ວນຄຳ (golden cut): ອັດຕາສ່ວນຄຳ (1.62:1)
:ທ່ານຍັງສາມາດປ້ອນອັດຕາສ່ວນອື່ນໆ ຫຼັງຈາກເປີດຊ່ອງຕົວເລືອກ (combobox) ໂດຍການພິມໃນຮູບແບບ “x:y” ຫຼື ເປັນທົດສະນິຍົມ (ຕົວຢ່າງ: “0.5” ເພື່ອໃຊ້ໃນອັດຕາສ່ວນ 2:1).

ຖ້າທ່ານຕ້ອງການເພີ່ມອັດຕາສ່ວນພາບ (aspect ratio) ເຂົ້າໃນລາຍການທີ່ມີຢູ່ແລ້ວ ທ່ານສາມາດເຮັດໄດ້ໂດຍການເພີ່ມຂໍ້ຄວາມໃນຮູບແບບ “plugins/darkroom/clipping/extra_aspect_ratios/foo=x:y” ເຂົ້າໃນໄຟລ໌ກຳນົດຄ່າຂອງ darktable ທີ່ຊື່ວ່າ darktablerc ໃນ [ໂຟນເດີກຳນົດຄ່າ (configuration directory)]. ໃນນີ້ “foo” ແມ່ນຊື່ຂອງອັດຕາສ່ວນພາບໃໝ່ ແລະ “x” ກັບ “y” ແມ່ນຄ່າຕົວເລກທີ່ກ່ຽວຂ້ອງ (x ແລະ y ຕ້ອງເປັນເລກຖ້ວນ). ໝາຍເຫດ: ທ່ານສາມາດເພີ່ມໄດ້ສະເພາະອັດຕາສ່ວນທີ່ຍັງບໍ່ມີຢູ່ໃນລາຍການເທົ່ານັ້ນ.

ສຸດທ້າຍ, ປຸ່ມຂ້າງຊ່ອງເລືອກອັດຕາສ່ວນ ຊ່ວຍໃຫ້ທ່ານສະຫຼັບລະຫວ່າງແນວຕັ້ງ ແລະ ແນວນອນ ຖ້າທ່ານເລືອກອັດຕາສ່ວນແບບສີ່ຫຼ່ຽມຜືນຜ້າ.


ໝາຍເຫດ: ໃນຂະນະທີ່ປັບຂະໜາດຮູບໃນໂໝດຕາມໃຈ (freehand), ທ່ານສາມາດຮັກສາອັດຕາສ່ວນທີ່ຕັ້ງໄວ້ປັດຈຸບັນ ໂດຍການກົດ Shift ຄ້າງໄວ້ໃນຂະນະທີ່ລາກປຸ່ມປັບຂະໜາດໃດໜຶ່ງ.


ສະແດງເສັ້ນຄຳແນະນຳ (show guides)
ໝາຍຕິກໃສ່ຊ່ອງເພື່ອສະແດງເສັ້ນຄຳແນະນຳເມື່ອມີການໃຊ້ງານໂມດູນ. ຄລິກທີ່ໄອຄອນເບື້ອງຂວາເພື່ອຄວບຄຸມຄຸນສົມບັດຂອງເສັ້ນຄຳແນະນຳ. ເບິ່ງ ເສັ້ນຄຳແນະນຳ ແລະ ສິ່ງວາງທັບ ສຳລັບລາຍລະອຽດ.

🔗ແຖບຂອບ (margins)

ໂຕເລື່ອນເຫຼົ່ານີ້ຊ່ວຍໃຫ້ທ່ານກຳນົດໄດ້ໂດຍກົງວ່າຈະຕັດຂອບຮູບອອກເທົ່າໃດໃນແຕ່ລະດ້ານ. ພວກມັນຈະຖືກປັບປຸງໂດຍອັດຕະໂນມັດ ຖ້າທ່ານຍ້າຍ ຫຼື ປັບຂະໜາດພື້ນທີ່ຕັດຂອບໃນຮູບໂດຍໃຊ້ເມົາສ໌.

ຊ້າຍ (left)
ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກເບື້ອງຊ້າຍ.
ຂວາ (right)
ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກເບື້ອງຂວາ.
ເທິງ (top)
ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກດ້ານເທິງ.
ລຸ່ມ (bottom)
ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກດ້ານລຸ່ມ.

translations