ການລວມໜ້າກາກແບບແຕ້ມ ແລະ ແບບກຳນົດຄ່າ
ໜ້າກາກແບບແຕ້ມ ແລະ ແບບກຳນົດຄ່າ ສາມາດໃຊ້ຮ່ວມກັນເພື່ອສ້າງເປັນໜ້າກາກອັນດຽວ ທີ່ຈະນຳໄປໃຊ້ກັບໂມດູນໄດ້.
ມີສອງອົງປະກອບຫຼັກທີ່ຄວບຄຸມວິທີການລວມໜ້າກາກແຕ່ລະອັນ: ການຕັ້ງຄ່າ ຂົ້ວ (polarity) ຂອງແຕ່ລະໜ້າກາກ (ກຳນົດໂດຍປຸ່ມບວກ ຫຼື ລົບ) ແລະ ການຕັ້ງຄ່າໃນລາຍການເລືອກ “ລວມໜ້າກາກ (combine masks)”.
ຊ່ອງເລືອກ “ລວມໜ້າກາກ (combine masks)” ມີຕົວເລືອກດັ່ງຕໍ່ໄປນີ້ ເພື່ອກຳນົດວິທີການລວມ ໜ້າກາກແບບແຕ້ມ ແລະ ແບບກຳນົດຄ່າ:
- exclusive (ຄັດອອກ)
- ເປັນວິທີການລວມໜ້າກາກແບບກົງໄປກົງມາ, ໂໝດ exclusive ຈະເອົາຄ່າພິກເຊວຂອງແຕ່ລະໜ້າກາກ ມາຄູນເຂົ້າກັນ.
-
ສຳລັບພິກເຊວໃດໜຶ່ງ, ໜ້າກາກສຸດທ້າຍຈະມີຄ່າເປັນ 0 ຖ້າຫາກມີໜ້າກາກ ອັນໃດອັນໜຶ່ງ ມີຄ່າເປັນ 0 ຢູ່ຕຳແໜ່ງນັ້ນ ແລະ ຈະມີຄ່າເປັນ 1.0 ກໍຕໍ່ເມື່ອໜ້າກາກ ທັງໝົດ ມີຄ່າເປັນ 1.0 ເທົ່ານັ້ນ.
-
ໜ້າກາກໃດໜຶ່ງສາມາດ ຄັດ ພິກເຊວອອກໄດ້ໂດຍການຕັ້ງຄ່າເປັນ 0, ໂດຍບໍ່ສົນວ່ໜ້າກາກອື່ນຈະເປັນແນວໃດ. ເມື່ອພິກເຊວຖືກຄັດອອກໂດຍໜ້າກາກໃດໜຶ່ງແລ້ວ, ໜ້າກາກອື່ນຈະບໍ່ສາມາດເອົາມັນກັບມາລວມໄດ້ອີກ.
- inclusive (ລວມເຂົ້າ)
- ໂໝດ inclusive ຈະທຳການກັບຄ່າ (invert) ແຕ່ລະໜ້າກາກກ່ອນ (ເອົາ 1.0 ຕັ້ງແລ້ວລົບດ້ວຍຄ່າຂອງມັນ), ຈາກນັ້ນເອົາຄ່າທີ່ໄດ້ມາຄູນກັນ, ແລະ ສຸດທ້າຍກໍກັບຄ່າໜ້າກາກທີ່ລວມແລ້ວຄືນອີກເທື່ອໜຶ່ງ.
-
ສຳລັບພິກເຊວໃດໜຶ່ງ, ໜ້າກາກສຸດທ້າຍຈະມີຄ່າເປັນ 1.0 ຖ້າຫາກມີໜ້າກາກ ອັນໃດອັນໜຶ່ງ ມີຄ່າເປັນ 1.0 ຢູ່ຕຳແໜ່ງນັ້ນ ແລະ ຈະມີຄ່າເປັນ 0 ກໍຕໍ່ເມື່ອໜ້າກາກ ທັງໝົດ ມີຄ່າເປັນ 0 ເທົ່ານັ້ນ.
-
ໜ້າກາກໃດໜຶ່ງສາມາດ ລວມ ພິກເຊວເຂົ້າໄດ້ໂດຍການຕັ້ງຄ່າເປັນ 1.0, ໂດຍບໍ່ສົນວ່າໜ້າກາກອື່ນຈະເປັນແນວໃດ. ເມື່ອພິກເຊວຖືກລວມເຂົ້າຢ່າງສົມບູນໂດຍໜ້າກາກໃດໜຶ່ງແລ້ວ (ຄ່າເປັນ 1.0), ໜ້າກາກອື່ນກໍບໍ່ສາມາດຄັດມັນອອກໄດ້ອີກ.
- ໂໝດ exclusive ແລະ inclusive ແບບກັບຄ່າ
- ການໃຊ້ວິທີການລວມຂ້າງເທິງພຽງຢ່າງດຽວອາດຈະມີຂໍ້ຈຳກັດ. ພວກເຮົາຈະໄດ້ຄວາມຍືດຍຸ່ນສູງສຸດໂດຍ ການເພີ່ມຂັ້ນຕອນການກັບຄ່າ (inversion) ໃຫ້ກັບແຕ່ລະໜ້າກາກ. ສິ່ງນີ້ຄວບຄຸມໂດຍປຸ່ມຂົ້ວ (polarity) ທີ່ຢູ່ໃກ້ກັບແຕ່ລະຊ່ອງສັນຍານ.
-
ການກົດປຸ່ມຂົ້ວຂອງໜ້າກາກຈະເປັນການກັບຄ່າຂອງມັນ (ເອົາ 1.0 ລົບດ້ວຍຄ່າເດີມ).
-
ສຸດທ້າຍ, ພາຍໃນລາຍການເລືອກ “ລວມໜ້າກາກ”, ທ່ານສາມາດເລືອກຕົວເລືອກ exclusive & inverted (ຍົກເວັ້ນ ແລະ ກັບຄ່າ) ຫຼື inclusive & inverted (ລວມເອົາ ແລະ ກັບຄ່າ). ແຕ່ລະຕົວເລືອກເຫຼົ່ານີ້ແມ່ນເທົ່າກັບໂໝດ exclusive ແລະ inclusive ຕາມລຳດັບ, ແຕ່ຈະມີຂັ້ນຕອນສຸດທ້າຍຄືການກັບຄ່າ (invert) ໜ້າກາກທີ່ໄດ້.
🔗ຕົວຢ່າງການໃຊ້ງານທົ່ວໄປ
- ໂໝດລວມເອົາ (inclusive mode)
- ສໍາລັບໂໝດນີ້, ໃຫ້ທ່ານຕັ້ງລາຍການເລືອກ “ລວມໜ້າກາກ” ເປັນໂໝດ inclusive ແລະ ໃຫ້ແນ່ໃຈວ່າປຸ່ມຂົ້ວ (polarity) ຂອງທຸກຊ່ອງທາງ (channels) ແລະ ຂອງໜ້າກາກທີ່ແຕ້ມນັ້ນຖືກຕັ້ງເປັນລົບ (-). ຈຸດເລີ່ມຕົ້ນຂອງທ່ານແມ່ນໜ້າກາກທີ່ທຸກພິກເຊວມີຄ່າເປັນສູນ (ບໍ່ມີພິກເຊວໃດຖືກເລືອກ). ຈາກນັ້ນທ່ານຈຶ່ງປັບ slider ຂອງໜ້າກາກພາຣາມີເຕີເພື່ອດຶງເອົາພິກເຊວເຂົ້າມາໃນສ່ວນທີ່ເລືອກຫຼາຍຂຶ້ນ ຫຼື ແຕ້ມຮູບຊົງເທິງພາບເພື່ອເລືອກບໍລິເວນສະເພາະທີ່ຕ້ອງການ.
- ໂໝດຍົກເວັ້ນ (exclusive mode)
- ໃນທາງກົງກັນຂ້າມ, ໃຫ້ທ່ານຕັ້ງລາຍການເລືອກ “ລວມໜ້າກາກ” ເປັນໂໝດ exclusive ແລະ ໃຫ້ແນ່ໃຈວ່າປຸ່ມຂົ້ວທັງໝົດຖືກຕັ້ງເປັນບວກ (+). ຈຸດເລີ່ມຕົ້ນຂອງທ່ານແມ່ນໜ້າກາກທີ່ມີຄ່າທັງໝົດເປັນ 1.0 (ທຸກພິກເຊວຖືກເລືອກ). ຈາກນັ້ນທ່ານຈຶ່ງປັບ slider ຂອງໜ້າກາກພາຣາມີເຕີເພື່ອຍົກເວັ້ນບາງສ່ວນຂອງຮູບພາບອອກຕາມຄວາມຕ້ອງການ ຫຼື ແຕ້ມຮູບຊົງເທິງພາບໂດຍກົງເພື່ອຍົກເວັ້ນບໍລິເວນເຫຼົ່ານັ້ນ.
ເພື່ອຄວາມສະດວກ, ສ່ວນຕິດຕໍ່ຜູ້ໃຊ້ (GUI) ຂອງໜ້າກາກພາຣາມີເຕີມີປຸ່ມສະຫຼັບທີ່ຈະກັບຂົ້ວຂອງທຸກຊ່ອງທາງ ແລະ ສະຫຼັບລະຫວ່າງໂໝດ inclusive ແລະ exclusive ໃນລາຍການເລືອກ “ລວມໜ້າກາກ” ໃຫ້ໂດຍອັດຕະໂນມັດ.
ສຳລັບຜູ້ໃຊ້ໃໝ່, ແນະນຳໃຫ້ໃຊ້ພຽງສອງວິທີຂ້າງເທິງນີ້. ນັ້ນໝາຍຄວາມວ່າທ່ານຄວນຕັດສິນໃຈກ່ອນ ວ່າຈະສ້າງໜ້າກາກຂອງທ່ານດ້ວຍວິທີໃດ.
translations
- English: combining drawn & parametric masks
- Français: Combiner les masques dessinés/paramétriques
- German: Kombinieren von gezeichneten und parametrischen Masken
- Español: combinando máscaras dibujadas y paramétricas
- Italian: combinare maschere disegnate & parametriche
- Polish: łączenie masek wektorowych i parametrycznych
- Português: combinando máscaras desenhadas e paramétricas
- Ukrainian: Поєднання намальованих та параметричних масок
- Dutch: combineren van getekende- en parametrische- maskers