ການດຳເນີນການກັບສິ່ງທີ່ເລືອກ
ດຳເນີນການກັບຮູບພາບທີ່ຖືກເລືອກໃນມຸມມອງ lighttable.
🔗ສ່ວນຄວບຄຸມໂມດູນ
ການຄວບຄຸມໃນໂມດູນແບ່ງອອກເປັນສອງແທັບ ສຳລັບຈັດການໄຟລ໌ຮູບພາບ ແລະ Metadata ທີ່ກ່ຽວຂ້ອງ.
🔗ແທັບຮູບພາບ
- ເອົາອອກ
- ເອົາຮູບພາບທີ່ເລືອກອອກຈາກຫໍສະໝຸດ darktable ໂດຍບໍ່ລົບໄຟລ໌. ຮູບທີ່ຖືກເອົາອອກຈະເບິ່ງ ຫຼື ແກ້ໄຂໃນ darktable ບໍ່ໄດ້ ແຕ່ໄຟລ໌ຈະຍັງຢູ່ໃນເຄື່ອງພ້ອມໄຟລ໌ XMP. ເຈົ້າສາມາດກູ້ຄືນວຽກໄດ້ໂດຍການນຳເຂົ້າຮູບຄືນໃໝ່.
- ລົບ / ລົບ (ຖັງຂີ້ເຫຍື້ອ)
- ເອົາຮູບທີ່ເລືອກອອກຈາກຫໍສະໝຸດ ແລະ ລົບໄຟລ໌ XMP ລວມທັງໄຟລ໌ຮູບພາບອອກຈາກເຄື່ອງ. ເຈົ້າສາມາດຕັ້ງຄ່າໃຫ້ລົບຖາວອນ ຫຼື ເອົາໄປໄວ້ໃນຖັງຂີ້ເຫຍື້ອໄດ້ໃນ ການຕັ້ງຄ່າ > ຄວາມປອດໄພ.
- ຍ້າຍ
- ຍ້າຍຮູບພາບທີ່ເລືອກ (ໄຟລ໌ຮູບພາບ ແລະ XMP) ໄປຫາໂຟນເດີອື່ນ. ຖ້າມີຮູບຊື່ດຽວກັນຢູ່ປາຍທາງແລ້ວ ຈະບໍ່ມີການຍ້າຍ.
- copy
- ສຳເນົາຮູບພາບທີ່ເລືອກ (ໄຟລ໌ຮູບພາບ ລວມທັງໄຟລ໌ XMP ທີ່ກ່ຽວຂ້ອງທັງໝົດ) ໄປຍັງໂຟນເດີອື່ນໃນລະບົບຈັດເກັບໄຟລ໌. ຖ້າມີໄຟລ໌ທີ່ມີຊື່ດຽວກັນຢູ່ໃນໂຟນເດີປາຍທາງແລ້ວ ມັນຈະບໍ່ຖືກຂຽນທັບ – ແຕ່ຈະມີການສ້າງໄຟລ໌ສຳເນົາໃໝ່ທີ່ມີລຳດັບປະຫວັດການແກ້ໄຂຄືກັນກັບຮູບຕົ້ນສະບັບ. ຫຼັງຈາກສຳເນົາແລ້ວ ໂຟນເດີປາຍທາງຈະກາຍເປັນຄໍເລັກຊັນທີ່ຖືກເລືອກ. ຖ້າມີການເລືອກຄໍເລັກຊັນດ້ວຍຕົນເອງໃນລະຫວ່າງການສຳເນົາ, darktable ຈະບໍ່ປ່ຽນແປງການເລືອກນັ້ນ.
- ສ້າງ HDR
- ສ້າງຮູບພາບ HDR ຈາກຮູບທີ່ເລືອກ ແລະ ເພີ່ມຜົນໄດ້ຮັບເຂົ້າໃນຫໍສະໝຸດເປັນໄຟລ໌ DNG. ຮູບພາບຄວນຈະຖືກຖ່າຍດ້ວຍຂາຕັ້ງກ້ອງເພື່ອໃຫ້ຕຳແໜ່ງກົງກັນ. darktable ສາມາດສ້າງ HDR ໄດ້ຈາກໄຟລ໌ RAW ເທົັ້ນ.
- ສ້າງສຳເນົາ (duplicate)
- ສ້າງສຳເນົາຮູບພາບພາຍໃນ darktable. ຮູບທີ່ສຳເນົາມາຈະໃຊ້ໄຟລ໌ຮູບດຽວກັນ ແຕ່ມີໄຟລ໌ XMP ແຍກກັນ ເພື່ອໃຫ້ເຈົ້າທົດລອງແກ້ໄຂໄດ້ຫຼາຍແບບ.
- ການໝູນຮູບ
- ໝູນຮູບພາບທີ່ເລືອກໄປຕາມເຂັມ ຫຼື ທວນເຂັມໂມງ. ສາມາດຕັ້ງຄ່າຄືນໃໝ່ຕາມຂໍ້ມູນ Exif ໄດ້. ສິ່ງນີ້ກ່ຽວຂ້ອງໂດຍກົງກັບໂມດູນ orientation.
- ສຳເນົາໄວ້ໃນເຄື່ອງ (copy locally)
- ສ້າງສຳເນົາຮູບພາບໄວ້ໃນໄດຣຟ໌ຂອງເຄື່ອງ ເພື່ອໃຫ້ໃຊ້ງານໄດ້ໃນເວລາທີ່ບໍ່ສາມາດເຂົ້າເຖິງໄຟລ໌ຕົ້ນສະບັບ.
- ຊິງຄ໌ສຳເນົາໃນເຄື່ອງຄືນໃໝ່
- ຊິງຄ໌ໄຟລ໌ XMP ຈາກເຄື່ອງກັບໄປຫາບ່ອນເກັບຂໍ້ມູນພາຍນອກ ແລະ ລົບສຳເນົາໃນເຄື່ອງອອກ.
- ຈັດກຸ່ມ
- ສ້າງກຸ່ມໃໝ່ຈາກຮູບພາບທີ່ເລືອກ.
- ຍົກເລີກການຈັດກຸ່ມ
- ເອົາຮູບພາບທີ່ເລືອກອອກຈາກກຸ່ມ.
🔗ແທັບ Metadata
- ຊ່ອງໝາຍເລືອກປະເພດ Metadata
- ເລືອກປະເພດ Metadata (ຄະແນນ, ແທັກ, ສີ, ພິກັດພູມສາດ) ທີ່ເຈົ້າຕ້ອງການຈັດການ.
- ສຳເນົາ
- ສຳເນົາ Metadata ຈາກຮູບທີ່ເລືອກໄວ້ໃນ ຄລິບບອດ (clipboard).
- ວາງ
- ວາງ Metadata ຈາກຄລິບບອດໃສ່ຮູບພາບທີ່ເລືອກ.
- ລ້າງຂໍ້ມູນ
- ລ້າງ Metadata ປະເພດທີ່ເລືອກອອກຈາກຮູບພາບ.
- ໂໝດ
- ເມື່ອວາງ Metadata, ເຈົ້າສາມາດເລືອກວ່າຈະໃຫ້ ລວມເຂົ້າກັນ (merge) ຫຼື ຂຽນທັບທັງໝົດ (overwrite).
- ໂຫຼດ Exif ໃໝ່
- ໂຫຼດຂໍ້ມູນ Exif ຈາກໄຟລ໌ຕົ້ນສະບັບຄືນໃໝ່. ຄຳເຕືອນ: ສິ່ງນີ້ອາດຈະຂຽນທັບຂໍ້ມູນບາງຢ່າງທີ່ເຈົ້າໄດ້ປ່ຽນແປງໃນ darktable ແລ້ວ.
- ພາບຂາວດຳ (monochrome)
- ໝາຍຮູບພາບໃຫ້ເປັນແບບຂາວດຳ ເພື່ອໃຫ້ນຳໃຊ້ຂັ້ນຕອນການຈັດການສະເພາະພາບຂາວດຳ.
- ພາບສີ
- ເອົາເຄື່ອງໝາຍຂາວດຳອອກ ເພື່ອໃຫ້ຮູບພາບຖືກຈັດການແບບພາບສີປົກກະຕິ.